ຄຸນຄ່າຂອງໂອກາດ 8 ປະການທີ່ຊ້ອນຢູ່ໃນທຸລະກິດແບບເຄືອຂ່າຍ
ພໍ່ລວຍຂອງ ໂຣເບີດ ກ່າວໄວ້ວ່າ “ຄົນລວຍມອງຫາວິທີການສ້າງເຄືອຂ່າຍ ໃນຄະນະທີ່ຄົນສ່ວນໃຫຍ່ມອງຫາງານທຳ” ແນ່ນອນວ່າ ພວກເຮົາທຸກຄົນຕ່າງກໍ່ຄົ້ນຫາເສັ້ນທາງຂອງຕົວເອງ ແຕ່ທ່ານເຄີຍສົງໄສບໍ່ວ່າເປັນຫຍັງຄົນລວຍຈຶ່ງລວຍຂື້ນເລື້ອຍໆ ແລະ ມີໜ້ອຍກວ່າຄົນຈົນ ແລະ ຄົນຊັ້ນກາງ. ເພາະວ່າ ເຮົາຖືກປູກຝັງມາຕັ້ງແຕ່ນ້ອຍໃຫ້ ໄປໂຮງຮຽນ ຮຽນໃຫ້ເກັ່ງ ແລະ ຫາງານທີ່ໝັ້ນຄົງ.. ການຮຽນໃນໂຮງຮຽນໂປຣແກຣມໃຫ້ເຮົາຈົບມາເປັນລູກຈ້າງ. “ໂຮງຮຽນສອນທຸລະກິດ” ທີ່ ໂຣເບີດ ກ່າວເຖິງ ຄືໂຮງຮຽນໃນຊີວິດຈິງ ຄືການຂົນຂວາຍປະສົບການຮຽນຮູ້ຈິງ, ກ້າປະເຊີນກັບຄວາມຜິດພາດເພື່ອກ້າວຂ້າມໄປສູ່ດ້ານຂວາຂອງເງິນ 4 ດ້ານ.
“ໃນປະຫວັດສາດຜ່ານມາ ທຸລະກິດໃນດ້ານ B ເຄີຍສະຫງວນໂອກາດໄວ້ໃຫ້ຄົນຮວຍເທົ່ານັ້ນ” ປັດຈຸບັນ ມີຄົນຈຳນວນບໍ່ນ້ອຍທີ່ລໍ່າລວຍຂື້ນມາຈາກທຸລະກິດແບບເຄືອຂ່າຍ ເຖິງແມ້ວ່າວຸດທິການສຶກສາຕໍ່າ.. ເຫດຜົນກໍ່ເພາະວ່າ ການອົບຮົມແບບທຸລະກິດເຄືອຄ່າຍຈະສອນເນັ້ນໃນເລື່ອງສະຕິປັນຍາ, ອາລົມ, ຮ່າງກາຍ ແລະ ຈິດວິນຍານ ເວົ້າອີກໄນໜຶ່ງກໍ່ຄືທຸລະກິດເຄືອຂ່າຍຈະສອນໃຫ້ເຮົາມີທັກສະຄວາມເປັນຜູ້ນຳ, ມີທັກສະໃນການສື່ສານ, ທັກສະໃນການພົບປະຜູ້ຄົນ ແລະ ທັດສະນະຄະຕິສູ່ຄວາມສຳເລັດ…
ທຸລະກິດເຄືອຂ່າຍຂາຍຕົງຖືກພັດທະນາມາຈາກທຸລະກິດເຄືອຂ່າຍແບບຮ້ານຄ້າ ມາເປັນປັດເຈກຊົນ ເພື່ອໃຫ້ຄົນທຳມະດາໄທເຮົາເຈົ້າຂ້ອຍສາມາດຊື້ແຟຣນໄຊທຸລະກິດໃນຕົ້ນທຶນທີ່ຕໍ່າຜົນຕອບແທນສູງ ຊ່ຽງນ້ອຍກວ່າ ແລະ ບໍ່ຈຳເປັນຕ້ອງອອກຈາກ E ແລະ S ກ່ອນ.. ດັ່ງນັ້ນ, ສິ່ງທີ່ເຮົາບໍ່ຮູ້ ຢ່າຄິດວ່າເປັນລົບ ສິ່ງທີ່ເຮົາບໍ່ຮູ້ກໍ່ຄືສິ່ງທີ່ເຮົາບໍ່ຮູ້ ເຮົາຕ້ອງຍອມຮັບ ຖ້າເຮົາຢາກຮູ້ເຮົາຕ້ອງສຶກສາ ແລະ ພິສູດດ້ວຍຕົວເອງ.
“ໃນທຸລະກິດເຄືອຂ່າຍເຮົາຈະພົບຜູ້ຄົນຫຼາກຫຼາຍແບບ ຫຼາຍຄົນເປັນຄົນທີ່ສະຫຼາດ, ມີຄວາມເມດຕາ, ມີຈັນຍາບັນ ແລະ ເປັນມືອາຊີບ”
ຂ້ອຍເຊື່ອວ່າຖ້າເຮົາມີຄວາມຮູ້ທີ່ຖືກຕ້ອງ ມູນມອງຂອງເຮົາຕໍ່ສິ່ງນັ້ນກໍ່ຖືກຕ້ອງ.
ໃນທຸລະກິດເຄືອຂ່າຍມີຄຸນຄ່າຂອງໂອກາດ 8 ປະການທີ່ຊ່ອນຢູ່
1. ຄືໂອກາດໃນການຮຽນຮູ້ທຸລະກິດທີ່ຈະປ່ຽນແປງຊີວິດ
2. ໂອກາດໃນການປ່ຽນມາຢູ່ດ້ານຂວາຂອງເງິນ 4 ດ້ານ
3. ໂອກາດທີ່ຈະເຂົ້າສູ່ດ້ານ B ດ້ວຍທຶນໃນການເລີ່ມຕົ້ນທີ່ຕໍ່າກວ່າ
4. ໂອກາດທີ່ຈະພັດທະນາທັກສະຄວາມເປັນຜູ້ນຳ
5. ໂອກາດໃນການເລີ່ມຕົ້ນໃໝ່ 1000 ຄັ້ງ ໃນທຸລະກິດເຄືອຂ່າຍ ເມື່ອເຈົ້າເຮັດຜິດ ກໍ່ພຽງແຕ່ເຮັດໃໝ່ ບໍ່ມີໃຜຕຳນິ ແລະ ບໍ່ຖືກໄລ່ອອກ ມີແຕ່ຜູ້ທີ່ໃຫ້ກຳລັງໃຈ
6. ໂອກາດໃນການສ້າງຝັນໃຫ້ເປັນຈິງ
7. ໂອກາດທີ່ຈະໄດ້ລົງທຶນໃນທຸລະກິດແບບດຽວກັບທີ່ຄົນລວຍເຮັດ
8. ຄຸນຄ່າທີ່ເຈົ້າປະເມີນຕົວເອງຈະເປັນສິ່ງກຳນົດສິ່ງທີ່ເຈົ້າເປັນ
Home »
» ຄຸນຄ່າຂອງໂອກາດ 8 ປະການ ທີ່ຊ້ອນຢູ່ໃນທຸລະກິດແບບເຄືອຂ່າຍ
ไม่มีความคิดเห็น:
แสดงความคิดเห็น