ຄົນເຮົາເມື່ອ "ຕັ້ງໂຈດຊີວິດ" ຜິດ
ຄຳຕອບທີ່ໄດ້ "ຍ່ອມຜິດ" ດ້ວຍ
ໂຈດທີ່ຄົນສ່ວນໃຫຍ່ໃຊ້ກັນກໍຄື
" ເຮົາຈະເຮັດວຽກຫຍັງດີ ? "
ແລະ ຄຳຕອບທີ່ຄົນສ່ວນໃຫຍ່ຕອບໄດ້ຄືກັນກໍ່ຄື: ວຽກທີ່ໄດ້ຮຽນມາ, ວຽກທີ່ຄຸ້ນເຄີຍ, ວຽກທີ່ມັກ, ວຽກທີ່ເບິ່ງຄືຈະໝັ້ນຄົງ... ວຽກກິນເງິນເດືອນ...
ຈັດລຳດັບໃໝ່ດັ່ງນີ້:
1. ສຳຫຼວດຄວາມຕ້ອງການທີ່ແທ້ຈິງຂອງຕົນເອງ
- ມີເຮືອນຢູ່ອາໃສທີ່ສຸກສະບາຍ
- ມີເງິນຈັບຈ່າຍໃຊ້ສອຍລາບລື່ນ
- ມີລົດໄວ້ອຳນວຍຄວາມສະດວກ
- ມີເວລາໄດ້ຢູ່ກັບຄອບຄົວ
- ທ່ອງທ່ຽວໄປໃນໂລກກວ້າງ
- ມີເວລາໃຫ້ຕົນເອງພັກຜ່ອນ
- ມີເງິນຮັບປະກັນ ສົ່ງເສີມການສຶກຂອງລູກຫຼານໃຫ້ໄດ້ຮຽນໂຮງຮຽນດີໆ
- ໄດ້ຮັບການຍອມຮັບໃນສັງຄົມ
- ມີອິດສະຫຼະ
- ໄດ້ຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ.
ທັງໝົດເຫຼົ່ານີ້, ແມ່ນຫຍັງຄືຄວາມຕ້ອງການທີ່ແທ້ຈິງຂອງເຈົ້າ?
ເມື່ອເຈົ້າໄດ້ຄຳຕອບທີ່ດີທີ່ສຸດໃນຊີວິດຂອງເຈົ້າແລ້ວ ອັນດັບຕໍ່ໄປກໍ່ຄື:
ອັນດັບທີ 2. ຕັ້ງໂຈດຂອງຊີວິດໃໝ່ໃຫ້ຖືກຕ້ອງ, ໂຈດຂອງຊີວິດທີ່ຖືກຕ້ອງກໍ່ຄື: " ວຽກຫຍັງທີ່ສາມາດໃຫ້ໃນສິ່ງທີ່ເຮົາຕ້ອງການໄດ້ "
ເມື່ອເຮົາຕ້ອງການເງິນ ເຮົາກໍ່ຮຽນຮູ້ເລື່ອງເງິນ,
ເມື່ອເຮົາຕ້ອງການເວລາ ເຮົາຕ້ອງຮຽນຮູ້ວ່າຈະໄດ້ມັນມາແນວໃດ?
ສຳຄັນທີ່ສຸດຕ້ອງຮູ້ວ່າ ເຮົາຕິດກັບດັກຫຍັງຢູ່? ແລະ ເຮົາຈະອອກຈາກກັບດັກນີ້ໄປໄດ້ແນວໃດ ?
ອັນດັບທີ່ 3. ຄົ້ນຫາສິ່ງທີ່ເຮົາຕ້ອງການ.
ເຮົາຈະຄົ້ນຫາສິ່ງທີ່ເຮົາຕ້ອງການໄດ້ຈາກໃສ, ຄຳຕອບກໍ່ຄືຈາກອາຊີບ.
ແລ້ວອາຊີບຫຍັງ ໃຫ້ໃນສິ່ງທີ່ເຮົາຕ້ອງການໄດ້ ໂດຍໃຊ້ໄລຍະເວລາສັ້ນ, ຄຸ້ມຄ່າ, ປອດໄພ, ລົງທຶນໜ້ອຍກວ່າ ?
ຖ້າທ່ານເປັນຄົນມີຕົ້ນທຶນສູງຢູ່ແລ້ວ ທ່ານກໍ່ສາມາດເລືອກລົງທຶນໃນດ້ານຕ່າງໆໄດ້ງ່າຍ. ແຕ່ສຳລັບຫຼາຍໆຄົນ ຕ່າງຮູ້ຢູ່ແກ່ໃຈດີວ່າ ບາງວຽກບາງທຸລະກິດເຮັດແລ້ວ ມີໂອກາດກ້າວໄປໄກໄດ້ ແຕ່ບໍ່ມີໂອກາດຈະໄດ້ເຮັດ ເຊັ່ນ: ລົງທຶນໃນອະສັງຫາລິມະຊັບ, ຫຸ້ນ, ກິດຈະການໃຫຍ່ໆ... ເພາະອາຊີບເຫຼົ່ານີ້ຕ້ອງໃຊ້ເງິນລົງທຶນມະຫາສານ.
ແຕ່ກໍ່ບໍ່ໄດ້ກາລັນຕີວ່າ ການມີຕົ້ນທຶນມະຫາສານ ແລະ ການປະກອບອາຊີບທີ່ວ່ານັ້ນ ຈະປະສົບຄວາມສຳເລັດສະເໝີໄປ...
ປັດຈຸບັນນັກທຸລະກິດຕ່າງສະແຫວງຫາວິທີການລົງທຶນທີ່ຕໍ່າ, ປອດໄພ, ຜົນຕອບແທນສູງ. ແລະ ທຸລະກິດຊູລຽນ ກໍ່ເປັນອີກໜຶ່ງທຸລູກິດທີ່ລົງທຶນໜ້ອຍ, ຄວາມສ່ຽງບໍ່ຫຼາຍ, ລາຍໄດ້ບໍ່ຈຳກັດ ຂື້ນກັບຄວາມດຸໝັ່ນ ແລະ ຄວາມສາມດ ຫຼື ເອີ້ນວ່າ ຂື້ນກັບຜົນປະກອບການນັ້ນເອງ.
ຈຸດສຳຄັນໃນບົດຄວາມນີ້ ກໍ່ເພື່ອໃຫ້ເຮົາໄດ້ຄ່ຳຄິດວ່າ ແທ້ຈິງແລ້ວ ເຮົາຕ້ອງການຫຍັງໃນຊີວິດນີ້?
ເມື່ອເຮົາຮູ້ວ່າ ເຮົາຕ້ອງການຫຍັງຢ່າງແທ້ຈິງແລ້ວ ລອງຄິດຕໍ່ໄປວ່າ ເຮົາຢູ່ໃນເງື່ຶອນໄຂທີ່ຈະເຮັດຫຍັງໄດ້ແດ່?
ທຸກໆໂອກາດມີໄວ້ໃຫ້ຄົນທີ່ເອື້ຶອມມືຄ້ວາມັນເທົ່ານັ້ນ.
ທຸລະກິດ ຊູລຽນ ເປີດໂອກາດໃຫ້ເຈົ້າສະເໝີ.
ไม่มีความคิดเห็น:
แสดงความคิดเห็น