ເວລາ




ເຮົາມັກຈະໄດ້ຍິນຄົນອ້ອມຂ້າງເວົ້າຢູ່ສະເໝີວ່າ "ຂ້ອຍບໍ່ມີເວລາ" !
ແທ້ຈິງແລ້ວ ເຂົາບໍ່ມີເວລາແທ້ ຫຼື ບໍ່?
ຂ້າພະເຈົ້າເອງກໍ່ເປັນຄົນໜຶ່ງ ທີ່ເຄີຍເວົ້າແບບນັ້ນ... ແຕ່ຫຼັງຈາກທີ່ຂ້າພະເຈົ້າລອງພິຈາລະນາເບິ່ງແລ້ວ ເຫັນວ່າຄວາມຈິງແລ້ວ ທຸກຄົນມີເວລາເທົ່າກັນໝົດ 24 ຊົ່ວໂມງ ແຕ່ເຮົາໃຊ້ເວລາໄປກັບສິ່ງບໍ່ໍ່ຄ່ອຍສຳຄັນຫຼາຍກວ່າ ແລະ ສຸດທ້າຍກໍ່ບໍ່ເຫຼືອເວລາທີ່ຈະເຮັດໃນສິ່ງທີ່ສຳຄັນ ແລະ ຈຳເປັນ ແລ້ວເຮົາກັບມາຈົ່ມວ່າ "ຂ້ອຍບໍ່ມີເວລາ"

ເຮົາ"ໃຫ້ເວລາ"ມີ້ລະ 1 ຊົ່ວໂມງກັບ ຊີຣີ ເກົາຫຼີທີ່ເຮົາມັກເບິ່ງ
ເຮົາ"ໃຫ້ເວລາ"ມື້ລະ 1 ຊົ່ວໂມງກັບ ຂ່າວຊາວບ້ານ ເລືອດສາດ
ເຮົາ"ໃຫ້ເວລາ"ມີ້ລະ 3 ຊົ່ວໂມງກັບ ການຫຼີ້ນເຟສບຸກ, ຕອບລາຍ, ຫຼີ້ນໄອຈີ.. ບາງຄັ້ງກໍ່ຫຼາຍກວ່າ
ເຮົາ"ໃຫ້ເວລາ"ມີ້ລະ 2 ຊົ່ວໂມງກັບ ກັບເພງມັນໆທີ່ເຮົາມັກຟັງ
ເຮົາ"ໃຫ້ເວລາ"ມີ້ລະ 2 ຊົ່ວໂມງກັບ ລະຄອນຫຼັງຂ່າວ

ເຊິ່ງກໍ່ບໍ່ຜິດຫຍັງ...

ແຕ່ຄຳຖາມຄື ທຸກມື້ນີ້...
ເຮົາ "ໃຫ້ເວລາ" ມື້ລະກີ່ນາທີ ສຳລັບຄວາມຝັນ?
ເຮົາ "ໃຫ້ເວລາ" ມື້ລະກີ່ນາທີ ສຳລັບເປົ້າໝາຍ?
ເຮົາ "ໃຫ້ເວລາ" ມື້ລະກີ່ນາທີ ສຳລັບການພັດທະນາຕົນເອງ?
ເຮົາ "ໃຫ້ເວລາ" ມື້ລະກີ່ນາທີ ສຳລັບການສ້າງຄວາມສຳພັນທີ່ດີກັບຄົນທີ່ເຮົາຮັກ?

ຈິມໂຮ Jim Rohn ບອກວ່າ:
"ຄວາມລົ້ມເຫຼວ ຄືການທີ່ມື້ນີ້ເຮົາໃຫ້ຄວາມສຳຄັນບາງຢ່າງນ້ອຍເກີນກວ່າທີ່ຄວນຈະເປັນ ແລະ ເຮັດຢູ່ແບບນັ້ນຊ້ຳໆກັນ ທຸກມື້!"

ມື້ນີ້ ເຮົາກຳລັງເປັນແບບນັ້ນຢູ່ ຫຼື ບໍ່?

ໃຫ້ມື້ນີ້ເປັນການເລີ່ມຕົ້ນຂອງການປ່ຽນແປງເດີ.


Share:

ไม่มีความคิดเห็น:

แสดงความคิดเห็น

Popular Posts

ขับเคลื่อนโดย Blogger.
The Magazine

Facebook

ຄັງບົດຄວາມ

Random Posts

Recent Comments

Recent Posts

Popular Posts

Unordered List

  • Lorem ipsum dolor sit amet, consectetuer adipiscing elit.
  • Aliquam tincidunt mauris eu risus.
  • Vestibulum auctor dapibus neque.

Pages

Theme Support

Need our help to upload or customize this blogger template? Contact me with details about the theme customization you need.