ຄວາມຈົນ ກັບ ໂອກາດ

ຄວາມຈົນ ກັບ ໂອກາດ








ສະບາຍດີ, ພໍ່ແມ່ພີ່ນ້ອງ ແລະ ເພື່ອນໆ ທີ່ນັບຖືຮັກແພງ.
ຄຳວ່າ "ຄວາມຈົນ" ຄົງບໍ່ມີໃຜຢາກຈະເປັນເຈົ້າຂອງ ແຕ່ຊີວິດເລືອກເກີດບໍ່ໄດ້ ແລະ ແນ່ນອນວ່າຄວາມຈົນມີຫຼາຍແບບ ນອກເໜືອທີ່ເຮົາເຄີບເຂົ້າໃຈ. ດັ່ງນັ້ນ, ເຮົາມາທຳຄວາມຮູ້ຈັກກັັບຄວາມຈົນແບບຕ່າງໆ ດັ່ງຕໍ່ໄປນີ້:

ຄວາມຈົນໃນໂລກນີ້ມີ 4 ແບບ.
1. ຈົນເງິນ ເງິນບໍ່ພໍໃຊ້ລ້ຽງດູຕົນເອງ ຫຼື ບໍ່ພໍໃຊ້ລ້ຽງດູຄົນທີ່ເຮົາຮັກ.

2. ຈົນເວລາ ບໍ່ມີເວລາໃຊ້ຊີວິດ ບໍ່ມີເວລາເຮັດໃນສິ່ງທີ່ຕົນເອງຕ້ອງການ.

ບາງຄົນມີເງິນ ແຕ່ບໍ່ມີເວລາ
ບາງຄົນມີເວລາ ແຕ່ບໍ່ມີເງິນໃຊ້
ບາງຄົນຍິ່ງໜັກກວ່ານັ້ນ ບໍ່ມີທັງເງິນ ແລະ ບໍ່ມີເວລາ. ເຊິ່ງສ່ວນໃຫຍ່ຈະໂທດວ່າເປັນເພາະ ຂໍ້ 3 ນັ້ນຄື:

3. ຈົນໂອກາດ ບໍ່ມີໂອກາດດີໆເຂົ້າມາໃນຊີວິດຫຼາຍຄົນມັກຈົ່ມວ່າ: ເຮົາເອງກໍ່ດຸໝັ່ນໄດ໋! ແຕ່ເປັນຫຍັງບໍ່ລວຍ, ບໍ່ປະສົບຄວາມສຳເລັດຈັກເທື່ອ.

ເຮົາອາດຕ້ອງເຂົ້າໃຈກ່ອນວ່າ ຄົນສຳເລັດທຸກຄົນຕ້ອງດຸໝັ່ນ
ແຕ່ຄົນດຸໝັ່ນ ບໍ່ແມ່ນທຸກຄົນທີ່ສຳເລັດ.
ເພາະດຸໝັ່ນຜິດທີ່ ສິບປີກໍ່ບໍ່ລວຍ
ຖ້າການເຮັດວຽກໜັກຢ່າງດຽວຈະເຮັດໃຫ້ຄົນປະສົບຄວາມສຳເລັດ ກຳມະກອນແບກຫາບ ຄົງລໍ້າລວຍກັນທຸກຄົນ.
ບໍ່ໄດ້ບອກວ່າອາຊີບນີ້ມັນບໍ່ດີ ພຽງແຕ່ໂອກາດທີ່ຈະລ້ຳລວຍໃນອາຊີບນີ້ມັນມີໜ້ອຍ.

ດັ່ງນັ້ນເຮົາ ດຸໝັ່ນ ຢ່າງດຽວຄົງບໍ່ພໍ
ເຮົາຕ້ອງ  ດຸໝັ່ນ, ສະແຫວງຫາໂອກາດ ແລະ ພັດທະນາທັກສະຄວາມສາມາດດ້ານອື່ນໄປພ້ອມ ຫຼື ທີ່ເອີ້ນວ່າ ດຸໝັ່ນຢ່າງຊານຊະຫຼາດ. ຈົ່ງສະແຫວງຫາໂອກາດທີ່ດີ ເມື່ອພົບແລ້ວຢ່າລັງເລທີ່ຈະໄຄວ່ຄວ້າມັນ

ຢ່າງໃດກໍ່ຕາມທີ່ໜັກກວ່າຈົນໂອກາດນັ້ນຄື:
ຫຼາຍຄັ້ງ, ທີ່ມີໂອກາດດີໆເຂົ້າມາ ແຕ່ເຮົານັ້ນແຫຼະ ທີ່ປະຕິເສດໂອກາດນັ້ນເອງ

ແບບນີ້ເຮົາເອີ້ນວ່າ ຈົນແບບທີ່ 4 ຄື:

4. ຈົນຄວາມຄິດ ມົວແຕ່ຄິດດູຖູກສັກກະຍະພາບຂອງຕົນເອງ, ຄິດລົບ, ຄິດແຕ່ສິ່ງທີ່ບໍ່ມີປະໂຫຍດ, ຄິດແຕ່ສິ່ງທີ່ເຮັດໃຫ້ຕົນເອງທໍ້ຖອຍ, ຄິດວ່າຕົນເອງບໍ່ມີຄວາມສາມາດ,
ຄິດວ່າຕົນເອງຄົງເຮັດບໍ່ໄດ້..
ແລ້ວກໍ່ປ່ອຍໃຫ້ໂອກາດນັ້ນລຸດລອຍໄປ.
 
 ຈົນເງິນ, ຈົນເວລາ ພົບໂອກາດດີໆ ຍັງປ່ຽນແປງຊີວິດ, ແຕ່ຖ້າຈົນຄວາມຄິດ ຮັບຮອງຊີວິດບໍ່ມີວັນປ່ຽນແປງ.
Share:

1 ความคิดเห็น:

Popular Posts

ขับเคลื่อนโดย Blogger.
The Magazine

Facebook

ຄັງບົດຄວາມ

Random Posts

Recent Comments

Recent Posts

Popular Posts

Unordered List

  • Lorem ipsum dolor sit amet, consectetuer adipiscing elit.
  • Aliquam tincidunt mauris eu risus.
  • Vestibulum auctor dapibus neque.

Pages

Theme Support

Need our help to upload or customize this blogger template? Contact me with details about the theme customization you need.