ຄົນເຮົາເກືອບທຸກຄົນເມື່ອເຕີບໃຫຍ່ຂື້ນມາກໍ່ຕ້ອງຫາເງິນມາໃຊ້ຈ່າຍ ການຫາເງິນເຂົ້າມານັ້ນເອີ່ນວ່າ ລາຍໄດ້ (Income) ເພື່ອນຳມາເປັນຄ່າໃຊ້ຈ່າຍຕ່າງໆໃນຊີວິດປະຈຳວັນ ແລະ ສ້າງຄວາມໝັ້ນຄົງໃຫ້ກັບຊີວິດ. ລາຍໄດ້ນັ້ນ ແບ່ງອອກເປັນ 2 ແບບ ຄື:
- ລາຍໄດ້ແບບ Active Income ຄືລາຍໄດ້ທີ່ໄດ້ມາຈາກການເຮັດວຽກແບບອອກແຮງ ແລະ ລົງທຶນເວລາ ເຊິ່ງເປັນລາຍໄດ້ຂອງຄົນສ່ວນໃຫຍ່ໃນປັດຈຸບັນ, ຖ້າຫາກວ່າເຂົາຢຸດເຮັດວຽກເຂົາກໍ່ຈະຢຸດມີລາຍໄດ້ ເອີ້ນວ່າ ໃຊ້ແຮງງານ ແລະ ເວລາແລກເງິນ. ດັ່ງນັ້ນ, ການຫາລາຍໄດ້ແບບ Active ເຂົາຈະບໍ່ສາມາດຢຸດເຮັດວຽກໄດ້ເລີຍ ເຊັ່ນ: ກຳມະກອນ ຫຼື ວຽກຮັບຈ້າງ, ພະນັກງານບໍລິສັດ, ລູກຈ້າງປະຈຳ, ພໍ່ຄ້າແມ່ຄ້າ ແລະ ອື່ນໆ. ເຊິ່ງລາຍໄດ້ທີ່ໄດ້ມາຈະຕ້ອງແລກກັບແຮງງານຂອງເຂົາ ແລະ ລວມເຖິງເວລາໃນຊີວິດຂອງເຂົາ, ເຂົາຕ້ອງເຮັດວຽກຕະຫຼອດໄປເພື່ອລາຍໄດ້ປະເພດນີ້. ຫຼາຍຄົນອາດຈະເຄີຍຊິນ ແລະ ພໍໃຈກັບລາຍໄດ້ປະເພດນີ້ ແລ້ວເກັບລາຍໄດ້ທີ່ໄດ້ມາເອົາໄວ້ໃຊ້ໃນຕອນຊະລາ ຫຼື ບັ້ນປາຍຊີວິດ. ຄົນທີ່ມີລາຍໄດ້ປະເພດນີ້ຈະບໍ່ຄ່ອຍມີເວລາກັບການເຮັດກິດຈະກຳອື່ນໆ ເອີ້ນວ່າ ຂາດອິດສະຫຼະພາບໃນດ້ານເວລາ.
- ລາຍໄດ້ແບບ Passive Income ຄືລາຍໄດ້ທີ່ໄດ້ມາໂດຍບໍ່ຕ້ອງອອກແຮງເຮັດວຽກເລີຍ ຫຼາຍໆຄົນອາດຈະນຶກບໍ່ອອກວ່າ ຖ້າບໍ່ເຮັດວຽກແລ້ວຈະໄດ້ເງິນມາໄດ້ແນວໃດ? ເບິ່ງບໍ່ເຫັນພາບ, ຈະຍົກຕົວຢ່າງທີ່ງ່າຍທີ່ສຸດເລີຍກໍ່ຄື: ຄົນບາງຄົນລົງທຶນຊື້ອະສັງຫາລິມະຊັບຢ່າງໃດຢ່າງໜຶ່ງ ເຊັ່ນ: ເຮືອນ, ທີ່ດິນ, ຫຼື ຫ້ອງເຊົ່າ, ຈາກນັ້ນເຂົາກໍ່ເອົາອະສັງຫາລິມະຊັບຂອງເຂົານັ້ນປ່ອຍໃຫ້ຄົນອື່ນເຊົ່າຕໍ່ ກໍ່ຈະເຮັດໃຫ້ເຂົາມີລາຍໄດ້ຈາກຄ່າເຊົ່າທຸກໆເດືອນ ເປັນລາຍໄດ້ທີເກີດຂື້ນໂດຍບໍ່ຕ້ອງອອກແຮງເຮັດວຽກທຸກໆມື້ ແຕ່ກໍ່ມີລາຍໄດ້ເຂົ້າມາທຸກໆເດືອນ ເຖິງແມ້ວ່າເຂົາຈະບໍ່ໄດ້ເຮັດວຽກແຕ່ກໍ່ສາມາດຢູ່ໄດ້ສະບາຍໆ. ຫຼື ອີກຕົວຢ່າງໜຶ່ງກໍ່ຄື: ຖ້າທ່ານມີເງິນຝາກທະນາຄານ 100 ລ້ານບາດ ກໍ່ຈະໄດ້ດອກເບ້ຍເດືອນລະ 3 - 4 ແສນບາດ / ເດືອນ ເປັນລາຍໄດ້ທີ່ໄດ້ມາໂດຍທີ່ບໍ່ຕ້ອງອອກແຮງເຮັດວຽກເລີຍ. ລາຍໄດ້ທີ່ເກີດຂື້່ນນີ້ເອີ້ນວ່າ : ລາຍໄດ້ແບບ Passive income ເຂົາຈະມີອິດສະຫຼະພາບໃນດ້ານການເງິນ ແລະ ເວລາຄວບຄູ່ກັນໄປ ເຊິ່ງເປັນຊີວິດທີ່ໜ້າອິດສາ ຄົນລາວໂດຍທົ່ວໄປຈະເອີ້ນວ່າ: ຄົນມີບຸນ, ມີວາດສະໜາ ເກີດມາມີຊີວິດທີ່ສຸກສະບາຍ.
ຖ້າຊີວິດຄົນເຮົານັ້ນສາມາດທີ່ຈະເລືອກໄດ້ ຕົວທ່ານເອງຈະເລືອກມີລາຍໄດ້ແບບ Active ຫຼື ແບບ Passive ? ເຊື່ອວ່າຄົນສ່ວນໃຫຍ່ກໍ່ມີຄວາມຝັນທີ່ຈະມີຊີວິດທີ່ດີຂື້ນ ແລະ ກໍ່ເລືອກທີ່ຈະມີລາຍໄດ້ແບບ Passive
ແຕ່ໃນໂລກແຫ່ງຄວາມເປັນຈິງ ທ່ານມີເງິນຫຼາຍພຽງພໍທີ່ຈະລົງທຶນໃນລັກສະນະດັ່ງກ່າວ ເພື່ອຈະມີລາຍໄດ້ແບບ Passive ຫຼື ບໍ່? ເຊິ່ງຄົນສ່ວນໃຫຍ່ບໍ່ມີກຳລັງທາງການເງິນຫຼາຍພຽງພໍຈະສາມາດເຮັດໄດ້ເລີຍໃນຊົ່ວຊີວິດນີ້, ຈຶ່ງຈຳເປັນຕ້ອງຫາລາຍໄດ້ແບບ Active ໄປຕະຫຼອດຊີວິດ.
ທຸລະກິດ ຊູລຽນ ເປັນທຸລະກິດ ຫຼື ວຽກທີ່ສາມາດສ້າງລາຍໄດ້ແບບ Passive ໄດ້ໃນອະນາຄົດ, ເປັນວຽກທີ່ໃຊ້ເວລາຮຽນຮຸ້, ທຳຄວາມເຂົ້າໃຈ ແລະ ຝຶກຝົນ ໂດຍເລີ່ມຈາກການທົດລອງ ເຮັດໄປພ້ອມໆກັບງານປະຈຳຂອງທ່ານໄດ້ເລີຍ ແລະ ໃຊ້ເວລາພຽງຊ່ວງເວລາສັ້ນໆ ກໍ່ຈະເລີ່ມມີລາຍໄດ້ແບບ Passive ໃນລະດັບເກີນ 1 ແສນບາດ / ເດືອນ ແລະ ລາຍໄດ້ຈະເພີ່ມຂື້້ນເລື້ອຍຕາມຄວາມສາມາດຂອງທ່ານ ຫຼື ເອີ້ນວ່າ ລາຍໄດ້ຂື້ນກັບຝົນປະກອບການ ນັ້ນເອງ. ເຊິ່ງແຕກຕ່າງຈາກການເຮັດວຽກເປັນລູກຈ້າງ ທີ່ບໍ່ວ່າທ່ານຈະເຮັດວຽກໜັກສ່ຳໄດ້ ລາຍໄດ້ກໍ່ຈະຖືຶກກຳນົດໂດຍນາຍຈ້າງ ຫຼື ມີຂີດຈຳກັດຂອງເງິນເດືອນ. ນອກຈາກນັ້ນ ຢັງໄດ້ຮັບຜົນປະໂຫຍດອື່ນໆອີກຫຼາກຫຼາຍ ເຊັ່ນ: ລົດ, ເຮືອນ, ທ່ອງທ່ຽວທົ່ວໂລກ.
ກ່ອນອື່ນທ່ານຈຳເປັນທີ່ຈະຕ້ອງເຂົ້າໃຈກະຕິກາເລື່ອງລາຍໄດ້ ( ແຜນການຕະຫຼາດ ) ທີ່ທ່ານຈະໄດ້ຮັບສາກ່ອນ ວ່າມີກະຕິກາແນວໃດແດ່?