ລາຍໄດ້ 2 ແບບ



ຄົນເຮົາເກືອບທຸກຄົນເມື່ອເຕີບໃຫຍ່ຂື້ນມາກໍ່ຕ້ອງຫາເງິນມາໃຊ້ຈ່າຍ ການຫາເງິນເຂົ້າມານັ້ນເອີ່ນວ່າ ລາຍໄດ້ (Income) ເພື່ອນຳມາເປັນຄ່າໃຊ້ຈ່າຍຕ່າງໆໃນຊີວິດປະຈຳວັນ ແລະ ສ້າງຄວາມໝັ້ນຄົງໃຫ້ກັບຊີວິດ. ລາຍໄດ້ນັ້ນ ແບ່ງອອກເປັນ 2 ແບບ ຄື:


  1. ລາຍໄດ້ແບບ Active Income ຄືລາຍໄດ້ທີ່ໄດ້ມາຈາກການເຮັດວຽກແບບອອກແຮງ ແລະ ລົງທຶນເວລາ ເຊິ່ງເປັນລາຍໄດ້ຂອງຄົນສ່ວນໃຫຍ່ໃນປັດຈຸບັນ, ຖ້າຫາກວ່າເຂົາຢຸດເຮັດວຽກເຂົາກໍ່ຈະຢຸດມີລາຍໄດ້ ເອີ້ນວ່າ ໃຊ້ແຮງງານ ແລະ ເວລາແລກເງິນ. ດັ່ງນັ້ນ, ການຫາລາຍໄດ້ແບບ Active ເຂົາຈະບໍ່ສາມາດຢຸດເຮັດວຽກໄດ້ເລີຍ ເຊັ່ນ: ກຳມະກອນ ຫຼື ວຽກຮັບຈ້າງ, ພະນັກງານບໍລິສັດ, ລູກຈ້າງປະຈຳ, ພໍ່ຄ້າແມ່ຄ້າ ແລະ ອື່ນໆ. ເຊິ່ງລາຍໄດ້ທີ່ໄດ້ມາຈະຕ້ອງແລກກັບແຮງງານຂອງເຂົາ ແລະ ລວມເຖິງເວລາໃນຊີວິດຂອງເຂົາ, ເຂົາຕ້ອງເຮັດວຽກຕະຫຼອດໄປເພື່ອລາຍໄດ້ປະເພດນີ້. ຫຼາຍຄົນອາດຈະເຄີຍຊິນ ແລະ ພໍໃຈກັບລາຍໄດ້ປະເພດນີ້ ແລ້ວເກັບລາຍໄດ້ທີ່ໄດ້ມາເອົາໄວ້ໃຊ້ໃນຕອນຊະລາ ຫຼື ບັ້ນປາຍຊີວິດ. ຄົນທີ່ມີລາຍໄດ້ປະເພດນີ້ຈະບໍ່ຄ່ອຍມີເວລາກັບການເຮັດກິດຈະກຳອື່ນໆ ເອີ້ນວ່າ ຂາດອິດສະຫຼະພາບໃນດ້ານເວລາ.
  2. ລາຍໄດ້ແບບ Passive Income ຄືລາຍໄດ້ທີ່ໄດ້ມາໂດຍບໍ່ຕ້ອງອອກແຮງເຮັດວຽກເລີຍ ຫຼາຍໆຄົນອາດຈະນຶກບໍ່ອອກວ່າ ຖ້າບໍ່ເຮັດວຽກແລ້ວຈະໄດ້ເງິນມາໄດ້ແນວໃດ?  ເບິ່ງບໍ່ເຫັນພາບ,  ຈະຍົກຕົວຢ່າງທີ່ງ່າຍທີ່ສຸດເລີຍກໍ່ຄື: ຄົນບາງຄົນລົງທຶນຊື້ອະສັງຫາລິມະຊັບຢ່າງໃດຢ່າງໜຶ່ງ ເຊັ່ນ: ເຮືອນ, ທີ່ດິນ, ຫຼື ຫ້ອງເຊົ່າ, ຈາກນັ້ນເຂົາກໍ່ເອົາອະສັງຫາລິມະຊັບຂອງເຂົານັ້ນປ່ອຍໃຫ້ຄົນອື່ນເຊົ່າຕໍ່ ກໍ່ຈະເຮັດໃຫ້ເຂົາມີລາຍໄດ້ຈາກຄ່າເຊົ່າທຸກໆເດືອນ ເປັນລາຍໄດ້ທີເກີດຂື້ນໂດຍບໍ່ຕ້ອງອອກແຮງເຮັດວຽກທຸກໆມື້ ແຕ່ກໍ່ມີລາຍໄດ້ເຂົ້າມາທຸກໆເດືອນ ເຖິງແມ້ວ່າເຂົາຈະບໍ່ໄດ້ເຮັດວຽກແຕ່ກໍ່ສາມາດຢູ່ໄດ້ສະບາຍໆ. ຫຼື ອີກຕົວຢ່າງໜຶ່ງກໍ່ຄື: ຖ້າທ່ານມີເງິນຝາກທະນາຄານ 100 ລ້ານບາດ ກໍ່ຈະໄດ້ດອກເບ້ຍເດືອນລະ 3 - 4 ແສນບາດ / ເດືອນ ເປັນລາຍໄດ້ທີ່ໄດ້ມາໂດຍທີ່ບໍ່ຕ້ອງອອກແຮງເຮັດວຽກເລີຍ. ລາຍໄດ້ທີ່ເກີດຂື້່ນນີ້ເອີ້ນວ່າ : ລາຍໄດ້ແບບ Passive income ເຂົາຈະມີອິດສະຫຼະພາບໃນດ້ານການເງິນ ແລະ ເວລາຄວບຄູ່ກັນໄປ ເຊິ່ງເປັນຊີວິດທີ່ໜ້າອິດສາ ຄົນລາວໂດຍທົ່ວໄປຈະເອີ້ນວ່າ: ຄົນມີບຸນ, ມີວາດສະໜາ ເກີດມາມີຊີວິດທີ່ສຸກສະບາຍ.

ຖ້າຊີວິດຄົນເຮົານັ້ນສາມາດທີ່ຈະເລືອກໄດ້ ຕົວທ່ານເອງຈະເລືອກມີລາຍໄດ້ແບບ Active ຫຼື ແບບ Passive ? ເຊື່ອວ່າຄົນສ່ວນໃຫຍ່ກໍ່ມີຄວາມຝັນທີ່ຈະມີຊີວິດທີ່ດີຂື້ນ ແລະ ກໍ່ເລືອກທີ່ຈະມີລາຍໄດ້ແບບ Passive 
       ແຕ່ໃນໂລກແຫ່ງຄວາມເປັນຈິງ ທ່ານມີເງິນຫຼາຍພຽງພໍທີ່ຈະລົງທຶນໃນລັກສະນະດັ່ງກ່າວ ເພື່ອຈະມີລາຍໄດ້ແບບ Passive  ຫຼື ບໍ່? ເຊິ່ງຄົນສ່ວນໃຫຍ່ບໍ່ມີກຳລັງທາງການເງິນຫຼາຍພຽງພໍຈະສາມາດເຮັດໄດ້ເລີຍໃນຊົ່ວຊີວິດນີ້, ຈຶ່ງຈຳເປັນຕ້ອງຫາລາຍໄດ້ແບບ Active ໄປຕະຫຼອດຊີວິດ.

ທຸລະກິດ ຊູລຽນ ເປັນທຸລະກິດ ຫຼື ວຽກທີ່ສາມາດສ້າງລາຍໄດ້ແບບ Passive ໄດ້ໃນອະນາຄົດ, ເປັນວຽກທີ່ໃຊ້ເວລາຮຽນຮຸ້, ທຳຄວາມເຂົ້າໃຈ ແລະ ຝຶກຝົນ ໂດຍເລີ່ມຈາກການທົດລອງ ເຮັດໄປພ້ອມໆກັບງານປະຈຳຂອງທ່ານໄດ້ເລີຍ ແລະ ໃຊ້ເວລາພຽງຊ່ວງເວລາສັ້ນໆ ກໍ່ຈະເລີ່ມມີລາຍໄດ້ແບບ Passive  ໃນລະດັບເກີນ 1 ແສນບາດ / ເດືອນ ແລະ ລາຍໄດ້ຈະເພີ່ມຂື້້ນເລື້ອຍຕາມຄວາມສາມາດຂອງທ່ານ ຫຼື ເອີ້ນວ່າ ລາຍໄດ້ຂື້ນກັບຝົນປະກອບການ ນັ້ນເອງ. ເຊິ່ງແຕກຕ່າງຈາກການເຮັດວຽກເປັນລູກຈ້າງ ທີ່ບໍ່ວ່າທ່ານຈະເຮັດວຽກໜັກສ່ຳໄດ້ ລາຍໄດ້ກໍ່ຈະຖືຶກກຳນົດໂດຍນາຍຈ້າງ ຫຼື ມີຂີດຈຳກັດຂອງເງິນເດືອນ. ນອກຈາກນັ້ນ ຢັງໄດ້ຮັບຜົນປະໂຫຍດອື່ນໆອີກຫຼາກຫຼາຍ ເຊັ່ນ: ລົດ, ເຮືອນ, ທ່ອງທ່ຽວທົ່ວໂລກ. 

ກ່ອນອື່ນທ່ານຈຳເປັນທີ່ຈະຕ້ອງເຂົ້າໃຈກະຕິກາເລື່ອງລາຍໄດ້ ( ແຜນການຕະຫຼາດ​ ) ທີ່ທ່ານຈະໄດ້ຮັບສາກ່ອນ ວ່າມີກະຕິກາແນວໃດແດ່?
Share:

ເວລາ




ເຮົາມັກຈະໄດ້ຍິນຄົນອ້ອມຂ້າງເວົ້າຢູ່ສະເໝີວ່າ "ຂ້ອຍບໍ່ມີເວລາ" !
ແທ້ຈິງແລ້ວ ເຂົາບໍ່ມີເວລາແທ້ ຫຼື ບໍ່?
ຂ້າພະເຈົ້າເອງກໍ່ເປັນຄົນໜຶ່ງ ທີ່ເຄີຍເວົ້າແບບນັ້ນ... ແຕ່ຫຼັງຈາກທີ່ຂ້າພະເຈົ້າລອງພິຈາລະນາເບິ່ງແລ້ວ ເຫັນວ່າຄວາມຈິງແລ້ວ ທຸກຄົນມີເວລາເທົ່າກັນໝົດ 24 ຊົ່ວໂມງ ແຕ່ເຮົາໃຊ້ເວລາໄປກັບສິ່ງບໍ່ໍ່ຄ່ອຍສຳຄັນຫຼາຍກວ່າ ແລະ ສຸດທ້າຍກໍ່ບໍ່ເຫຼືອເວລາທີ່ຈະເຮັດໃນສິ່ງທີ່ສຳຄັນ ແລະ ຈຳເປັນ ແລ້ວເຮົາກັບມາຈົ່ມວ່າ "ຂ້ອຍບໍ່ມີເວລາ"

ເຮົາ"ໃຫ້ເວລາ"ມີ້ລະ 1 ຊົ່ວໂມງກັບ ຊີຣີ ເກົາຫຼີທີ່ເຮົາມັກເບິ່ງ
ເຮົາ"ໃຫ້ເວລາ"ມື້ລະ 1 ຊົ່ວໂມງກັບ ຂ່າວຊາວບ້ານ ເລືອດສາດ
ເຮົາ"ໃຫ້ເວລາ"ມີ້ລະ 3 ຊົ່ວໂມງກັບ ການຫຼີ້ນເຟສບຸກ, ຕອບລາຍ, ຫຼີ້ນໄອຈີ.. ບາງຄັ້ງກໍ່ຫຼາຍກວ່າ
ເຮົາ"ໃຫ້ເວລາ"ມີ້ລະ 2 ຊົ່ວໂມງກັບ ກັບເພງມັນໆທີ່ເຮົາມັກຟັງ
ເຮົາ"ໃຫ້ເວລາ"ມີ້ລະ 2 ຊົ່ວໂມງກັບ ລະຄອນຫຼັງຂ່າວ

ເຊິ່ງກໍ່ບໍ່ຜິດຫຍັງ...

ແຕ່ຄຳຖາມຄື ທຸກມື້ນີ້...
ເຮົາ "ໃຫ້ເວລາ" ມື້ລະກີ່ນາທີ ສຳລັບຄວາມຝັນ?
ເຮົາ "ໃຫ້ເວລາ" ມື້ລະກີ່ນາທີ ສຳລັບເປົ້າໝາຍ?
ເຮົາ "ໃຫ້ເວລາ" ມື້ລະກີ່ນາທີ ສຳລັບການພັດທະນາຕົນເອງ?
ເຮົາ "ໃຫ້ເວລາ" ມື້ລະກີ່ນາທີ ສຳລັບການສ້າງຄວາມສຳພັນທີ່ດີກັບຄົນທີ່ເຮົາຮັກ?

ຈິມໂຮ Jim Rohn ບອກວ່າ:
"ຄວາມລົ້ມເຫຼວ ຄືການທີ່ມື້ນີ້ເຮົາໃຫ້ຄວາມສຳຄັນບາງຢ່າງນ້ອຍເກີນກວ່າທີ່ຄວນຈະເປັນ ແລະ ເຮັດຢູ່ແບບນັ້ນຊ້ຳໆກັນ ທຸກມື້!"

ມື້ນີ້ ເຮົາກຳລັງເປັນແບບນັ້ນຢູ່ ຫຼື ບໍ່?

ໃຫ້ມື້ນີ້ເປັນການເລີ່ມຕົ້ນຂອງການປ່ຽນແປງເດີ.


Share:

ຄຸນຄ່າຂອງໂອກາດ 8 ປະການ ທີ່ຊ້ອນຢູ່ໃນທຸລະກິດແບບເຄືອຂ່າຍ

ຄຸນຄ່າຂອງໂອກາດ 8 ປະການທີ່ຊ້ອນຢູ່ໃນທຸລະກິດແບບເຄືອຂ່າຍ



ພໍ່ລວຍຂອງ ໂຣເບີດ ກ່າວໄວ້ວ່າ “ຄົນລວຍມອງຫາວິທີການສ້າງເຄືອຂ່າຍ ໃນຄະນະທີ່ຄົນສ່ວນໃຫຍ່ມອງຫາງານທຳ” ແນ່ນອນວ່າ ພວກເຮົາທຸກຄົນຕ່າງກໍ່ຄົ້ນຫາເສັ້ນທາງຂອງຕົວເອງ ແຕ່ທ່ານເຄີຍສົງໄສບໍ່ວ່າເປັນຫຍັງຄົນລວຍຈຶ່ງລວຍຂື້ນເລື້ອຍໆ ແລະ ມີໜ້ອຍກວ່າຄົນຈົນ ແລະ ຄົນຊັ້ນກາງ. ເພາະວ່າ ເຮົາຖືກປູກຝັງມາຕັ້ງແຕ່ນ້ອຍໃຫ້ ໄປໂຮງຮຽນ ຮຽນໃຫ້ເກັ່ງ ແລະ ຫາງານທີ່ໝັ້ນຄົງ.. ການຮຽນໃນໂຮງຮຽນໂປຣແກຣມໃຫ້ເຮົາຈົບມາເປັນລູກຈ້າງ. “ໂຮງຮຽນສອນທຸລະກິດ” ທີ່ ໂຣເບີດ ກ່າວເຖິງ  ຄືໂຮງຮຽນໃນຊີວິດຈິງ ຄືການຂົນຂວາຍປະສົບການຮຽນຮູ້ຈິງ, ກ້າປະເຊີນກັບຄວາມຜິດພາດເພື່ອກ້າວຂ້າມໄປສູ່ດ້ານຂວາຂອງເງິນ 4 ດ້ານ.


“ໃນປະຫວັດສາດຜ່ານມາ ທຸລະກິດໃນດ້ານ B ເຄີຍສະຫງວນໂອກາດໄວ້ໃຫ້ຄົນຮວຍເທົ່ານັ້ນ”  ປັດຈຸບັນ ມີຄົນຈຳນວນບໍ່ນ້ອຍທີ່ລໍ່າລວຍຂື້ນມາຈາກທຸລະກິດແບບເຄືອຂ່າຍ ເຖິງແມ້ວ່າວຸດທິການສຶກສາຕໍ່າ..  ເຫດຜົນກໍ່ເພາະວ່າ ການອົບຮົມແບບທຸລະກິດເຄືອຄ່າຍຈະສອນເນັ້ນໃນເລື່ອງສະຕິປັນຍາ, ອາລົມ, ຮ່າງກາຍ ແລະ ຈິດວິນຍານ ເວົ້າອີກໄນໜຶ່ງກໍ່ຄືທຸລະກິດເຄືອຂ່າຍຈະສອນໃຫ້ເຮົາມີທັກສະຄວາມເປັນຜູ້ນຳ, ມີທັກສະໃນການສື່ສານ, ທັກສະໃນການພົບປະຜູ້ຄົນ ແລະ ທັດສະນະຄະຕິສູ່ຄວາມສຳເລັດ…

ທຸລະກິດເຄືອຂ່າຍຂາຍຕົງຖືກພັດທະນາມາຈາກທຸລະກິດເຄືອຂ່າຍແບບຮ້ານຄ້າ ມາເປັນປັດເຈກຊົນ ເພື່ອໃຫ້ຄົນທຳມະດາໄທເຮົາເຈົ້າຂ້ອຍສາມາດຊື້ແຟຣນໄຊທຸລະກິດໃນຕົ້ນທຶນທີ່ຕໍ່າຜົນຕອບແທນສູງ ຊ່ຽງນ້ອຍກວ່າ ແລະ ບໍ່ຈຳເປັນຕ້ອງອອກຈາກ E ແລະ S ກ່ອນ.. ດັ່ງນັ້ນ, ສິ່ງທີ່ເຮົາບໍ່ຮູ້ ຢ່າຄິດວ່າເປັນລົບ ສິ່ງທີ່ເຮົາບໍ່ຮູ້ກໍ່ຄືສິ່ງທີ່ເຮົາບໍ່ຮູ້ ເຮົາຕ້ອງຍອມຮັບ ຖ້າເຮົາຢາກຮູ້ເຮົາຕ້ອງສຶກສາ ແລະ ພິສູດດ້ວຍຕົວເອງ.

“ໃນທຸລະກິດເຄືອຂ່າຍເຮົາຈະພົບຜູ້ຄົນຫຼາກຫຼາຍແບບ ຫຼາຍຄົນເປັນຄົນທີ່ສະຫຼາດ, ມີຄວາມເມດຕາ, ມີຈັນຍາບັນ ແລະ ເປັນມືອາຊີບ”

ຂ້ອຍເຊື່ອວ່າຖ້າເຮົາມີຄວາມຮູ້ທີ່ຖືກຕ້ອງ ມູນມອງຂອງເຮົາຕໍ່ສິ່ງນັ້ນກໍ່ຖືກຕ້ອງ.

ໃນທຸລະກິດເຄືອຂ່າຍມີຄຸນຄ່າຂອງໂອກາດ 8 ປະການທີ່ຊ່ອນຢູ່

1. ຄືໂອກາດໃນການຮຽນຮູ້ທຸລະກິດທີ່ຈະປ່ຽນແປງຊີວິດ
2. ໂອກາດໃນການປ່ຽນມາຢູ່ດ້ານຂວາຂອງເງິນ 4 ດ້ານ
3. ໂອກາດທີ່ຈະເຂົ້າສູ່ດ້ານ B ດ້ວຍທຶນໃນການເລີ່ມຕົ້ນທີ່ຕໍ່າກວ່າ
4. ໂອກາດທີ່ຈະພັດທະນາທັກສະຄວາມເປັນຜູ້ນຳ
5. ໂອກາດໃນການເລີ່ມຕົ້ນໃໝ່ 1000 ຄັ້ງ  ໃນທຸລະກິດເຄືອຂ່າຍ ເມື່ອເຈົ້າເຮັດຜິດ ກໍ່ພຽງແຕ່ເຮັດໃໝ່ ບໍ່ມີໃຜຕຳນິ ແລະ ບໍ່ຖືກໄລ່ອອກ ມີແຕ່ຜູ້ທີ່ໃຫ້ກຳລັງໃຈ
6. ໂອກາດໃນການສ້າງຝັນໃຫ້ເປັນຈິງ
7. ໂອກາດທີ່ຈະໄດ້ລົງທຶນໃນທຸລະກິດແບບດຽວກັບທີ່ຄົນລວຍເຮັດ
8. ຄຸນຄ່າທີ່ເຈົ້າປະເມີນຕົວເອງຈະເປັນສິ່ງກຳນົດສິ່ງທີ່ເຈົ້າເປັນ
Share:

ໂຈດ ແລະ ຄຳຕອບ

  ໂຈດ ແລະ ຄຳຕອບ   




ຄົນເຮົາເມື່ອ "ຕັ້ງໂຈດຊີວິດ" ຜິດ
ຄຳຕອບທີ່ໄດ້ "ຍ່ອມຜິດ" ດ້ວຍ

ໂຈດທີ່ຄົນສ່ວນໃຫຍ່ໃຊ້ກັນກໍຄື
" ເຮົາຈະເຮັດວຽກຫຍັງດີ ? "
ແລະ ຄຳຕອບທີ່ຄົນສ່ວນໃຫຍ່ຕອບໄດ້ຄືກັນກໍ່ຄື: ວຽກທີ່ໄດ້ຮຽນມາ, ວຽກທີ່ຄຸ້ນເຄີຍ, ວຽກທີ່ມັກ, ວຽກທີ່ເບິ່ງຄືຈະໝັ້ນຄົງ... ວຽກກິນເງິນເດືອນ...

ຈັດລຳດັບໃໝ່ດັ່ງນີ້:
1. ສຳຫຼວດຄວາມຕ້ອງການທີ່ແທ້ຈິງຂອງຕົນເອງ
- ມີເຮືອນຢູ່ອາໃສທີ່ສຸກສະບາຍ
- ມີເງິນຈັບຈ່າຍໃຊ້ສອຍລາບລື່ນ
- ມີລົດໄວ້ອຳນວຍຄວາມສະດວກ
- ມີເວລາໄດ້ຢູ່ກັບຄອບຄົວ
- ທ່ອງທ່ຽວໄປໃນໂລກກວ້າງ
- ມີເວລາໃຫ້ຕົນເອງພັກຜ່ອນ
- ມີເງິນຮັບປະກັນ ສົ່ງເສີມການສຶກຂອງລູກຫຼານໃຫ້ໄດ້ຮຽນໂຮງຮຽນດີໆ
- ໄດ້ຮັບການຍອມຮັບໃນສັງຄົມ
- ມີອິດສະຫຼະ
- ໄດ້ຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ.

      ທັງໝົດເຫຼົ່ານີ້, ແມ່ນຫຍັງຄືຄວາມຕ້ອງການທີ່ແທ້ຈິງຂອງເຈົ້າ?

      ເມື່ອເຈົ້າໄດ້ຄຳຕອບທີ່ດີທີ່ສຸດໃນຊີວິດຂອງເຈົ້າແລ້ວ ອັນດັບຕໍ່ໄປກໍ່ຄື:

ອັນດັບທີ 2. ຕັ້ງໂຈດຂອງຊີວິດໃໝ່ໃຫ້ຖືກຕ້ອງ, ໂຈດຂອງຊີວິດທີ່ຖືກຕ້ອງກໍ່ຄື: " ວຽກຫຍັງທີ່ສາມາດໃຫ້ໃນສິ່ງທີ່ເຮົາຕ້ອງການໄດ້ "
ເມື່ອເຮົາຕ້ອງການເງິນ ເຮົາກໍ່ຮຽນຮູ້ເລື່ອງເງິນ,
ເມື່ອເຮົາຕ້ອງການເວລາ ເຮົາຕ້ອງຮຽນຮູ້ວ່າຈະໄດ້ມັນມາແນວໃດ?
ສຳຄັນທີ່ສຸດຕ້ອງຮູ້ວ່າ ເຮົາຕິດກັບດັກຫຍັງຢູ່? ແລະ ເຮົາຈະອອກຈາກກັບດັກນີ້ໄປໄດ້ແນວໃດ ?

ອັນດັບທີ່ 3.  ຄົ້ນຫາສິ່ງທີ່ເຮົາຕ້ອງການ.
ເຮົາຈະຄົ້ນຫາສິ່ງທີ່ເຮົາຕ້ອງການໄດ້ຈາກໃສ,  ຄຳຕອບກໍ່ຄືຈາກອາຊີບ.
ແລ້ວອາຊີບຫຍັງ ໃຫ້ໃນສິ່ງທີ່ເຮົາຕ້ອງການໄດ້ ໂດຍໃຊ້ໄລຍະເວລາສັ້ນ, ຄຸ້ມຄ່າ, ປອດໄພ, ລົງທຶນໜ້ອຍກວ່າ ?

ຖ້າທ່ານເປັນຄົນມີຕົ້ນທຶນສູງຢູ່ແລ້ວ ທ່ານກໍ່ສາມາດເລືອກລົງທຶນໃນດ້ານຕ່າງໆໄດ້ງ່າຍ. ແຕ່ສຳລັບຫຼາຍໆຄົນ ຕ່າງຮູ້ຢູ່ແກ່ໃຈດີວ່າ ບາງວຽກບາງທຸລະກິດເຮັດແລ້ວ ມີໂອກາດກ້າວໄປໄກໄດ້ ແຕ່ບໍ່ມີໂອກາດຈະໄດ້ເຮັດ ເຊັ່ນ: ລົງທຶນໃນອະສັງຫາລິມະຊັບ, ຫຸ້ນ, ກິດຈະການໃຫຍ່ໆ... ເພາະອາຊີບເຫຼົ່ານີ້ຕ້ອງໃຊ້ເງິນລົງທຶນມະຫາສານ.

ແຕ່ກໍ່ບໍ່ໄດ້ກາລັນຕີວ່າ ການມີຕົ້ນທຶນມະຫາສານ ແລະ ການປະກອບອາຊີບທີ່ວ່ານັ້ນ ຈະປະສົບຄວາມສຳເລັດສະເໝີໄປ...

ປັດຈຸບັນນັກທຸລະກິດຕ່າງສະແຫວງຫາວິທີການລົງທຶນທີ່ຕໍ່າ, ປອດໄພ, ຜົນຕອບແທນສູງ. ແລະ ທຸລະກິດຊູລຽນ ກໍ່ເປັນອີກໜຶ່ງທຸລູກິດທີ່ລົງທຶນໜ້ອຍ, ຄວາມສ່ຽງບໍ່ຫຼາຍ, ລາຍໄດ້ບໍ່ຈຳກັດ ຂື້ນກັບຄວາມດຸໝັ່ນ ແລະ ຄວາມສາມດ ຫຼື ເອີ້ນວ່າ ຂື້ນກັບຜົນປະກອບການນັ້ນເອງ.

  ຈຸດສຳຄັນໃນບົດຄວາມນີ້  ກໍ່ເພື່ອໃຫ້ເຮົາໄດ້ຄ່ຳຄິດວ່າ ແທ້ຈິງແລ້ວ ເຮົາຕ້ອງການຫຍັງໃນຊີວິດນີ້?
ເມື່ອເຮົາຮູ້ວ່າ ເຮົາຕ້ອງການຫຍັງຢ່າງແທ້ຈິງແລ້ວ ລອງຄິດຕໍ່ໄປວ່າ ເຮົາຢູ່ໃນເງື່ຶອນໄຂທີ່ຈະເຮັດຫຍັງໄດ້ແດ່?
ທຸກໆໂອກາດມີໄວ້ໃຫ້ຄົນທີ່ເອື້ຶອມມືຄ້ວາມັນເທົ່ານັ້ນ.
ທຸລະກິດ ຊູລຽນ ເປີດໂອກາດໃຫ້ເຈົ້າສະເໝີ.





Share:

ຄວາມຈົນ ກັບ ໂອກາດ

ຄວາມຈົນ ກັບ ໂອກາດ








ສະບາຍດີ, ພໍ່ແມ່ພີ່ນ້ອງ ແລະ ເພື່ອນໆ ທີ່ນັບຖືຮັກແພງ.
ຄຳວ່າ "ຄວາມຈົນ" ຄົງບໍ່ມີໃຜຢາກຈະເປັນເຈົ້າຂອງ ແຕ່ຊີວິດເລືອກເກີດບໍ່ໄດ້ ແລະ ແນ່ນອນວ່າຄວາມຈົນມີຫຼາຍແບບ ນອກເໜືອທີ່ເຮົາເຄີບເຂົ້າໃຈ. ດັ່ງນັ້ນ, ເຮົາມາທຳຄວາມຮູ້ຈັກກັັບຄວາມຈົນແບບຕ່າງໆ ດັ່ງຕໍ່ໄປນີ້:

ຄວາມຈົນໃນໂລກນີ້ມີ 4 ແບບ.
1. ຈົນເງິນ ເງິນບໍ່ພໍໃຊ້ລ້ຽງດູຕົນເອງ ຫຼື ບໍ່ພໍໃຊ້ລ້ຽງດູຄົນທີ່ເຮົາຮັກ.

2. ຈົນເວລາ ບໍ່ມີເວລາໃຊ້ຊີວິດ ບໍ່ມີເວລາເຮັດໃນສິ່ງທີ່ຕົນເອງຕ້ອງການ.

ບາງຄົນມີເງິນ ແຕ່ບໍ່ມີເວລາ
ບາງຄົນມີເວລາ ແຕ່ບໍ່ມີເງິນໃຊ້
ບາງຄົນຍິ່ງໜັກກວ່ານັ້ນ ບໍ່ມີທັງເງິນ ແລະ ບໍ່ມີເວລາ. ເຊິ່ງສ່ວນໃຫຍ່ຈະໂທດວ່າເປັນເພາະ ຂໍ້ 3 ນັ້ນຄື:

3. ຈົນໂອກາດ ບໍ່ມີໂອກາດດີໆເຂົ້າມາໃນຊີວິດຫຼາຍຄົນມັກຈົ່ມວ່າ: ເຮົາເອງກໍ່ດຸໝັ່ນໄດ໋! ແຕ່ເປັນຫຍັງບໍ່ລວຍ, ບໍ່ປະສົບຄວາມສຳເລັດຈັກເທື່ອ.

ເຮົາອາດຕ້ອງເຂົ້າໃຈກ່ອນວ່າ ຄົນສຳເລັດທຸກຄົນຕ້ອງດຸໝັ່ນ
ແຕ່ຄົນດຸໝັ່ນ ບໍ່ແມ່ນທຸກຄົນທີ່ສຳເລັດ.
ເພາະດຸໝັ່ນຜິດທີ່ ສິບປີກໍ່ບໍ່ລວຍ
ຖ້າການເຮັດວຽກໜັກຢ່າງດຽວຈະເຮັດໃຫ້ຄົນປະສົບຄວາມສຳເລັດ ກຳມະກອນແບກຫາບ ຄົງລໍ້າລວຍກັນທຸກຄົນ.
ບໍ່ໄດ້ບອກວ່າອາຊີບນີ້ມັນບໍ່ດີ ພຽງແຕ່ໂອກາດທີ່ຈະລ້ຳລວຍໃນອາຊີບນີ້ມັນມີໜ້ອຍ.

ດັ່ງນັ້ນເຮົາ ດຸໝັ່ນ ຢ່າງດຽວຄົງບໍ່ພໍ
ເຮົາຕ້ອງ  ດຸໝັ່ນ, ສະແຫວງຫາໂອກາດ ແລະ ພັດທະນາທັກສະຄວາມສາມາດດ້ານອື່ນໄປພ້ອມ ຫຼື ທີ່ເອີ້ນວ່າ ດຸໝັ່ນຢ່າງຊານຊະຫຼາດ. ຈົ່ງສະແຫວງຫາໂອກາດທີ່ດີ ເມື່ອພົບແລ້ວຢ່າລັງເລທີ່ຈະໄຄວ່ຄວ້າມັນ

ຢ່າງໃດກໍ່ຕາມທີ່ໜັກກວ່າຈົນໂອກາດນັ້ນຄື:
ຫຼາຍຄັ້ງ, ທີ່ມີໂອກາດດີໆເຂົ້າມາ ແຕ່ເຮົານັ້ນແຫຼະ ທີ່ປະຕິເສດໂອກາດນັ້ນເອງ

ແບບນີ້ເຮົາເອີ້ນວ່າ ຈົນແບບທີ່ 4 ຄື:

4. ຈົນຄວາມຄິດ ມົວແຕ່ຄິດດູຖູກສັກກະຍະພາບຂອງຕົນເອງ, ຄິດລົບ, ຄິດແຕ່ສິ່ງທີ່ບໍ່ມີປະໂຫຍດ, ຄິດແຕ່ສິ່ງທີ່ເຮັດໃຫ້ຕົນເອງທໍ້ຖອຍ, ຄິດວ່າຕົນເອງບໍ່ມີຄວາມສາມາດ,
ຄິດວ່າຕົນເອງຄົງເຮັດບໍ່ໄດ້..
ແລ້ວກໍ່ປ່ອຍໃຫ້ໂອກາດນັ້ນລຸດລອຍໄປ.
 
 ຈົນເງິນ, ຈົນເວລາ ພົບໂອກາດດີໆ ຍັງປ່ຽນແປງຊີວິດ, ແຕ່ຖ້າຈົນຄວາມຄິດ ຮັບຮອງຊີວິດບໍ່ມີວັນປ່ຽນແປງ.
Share:

Popular Posts

ขับเคลื่อนโดย Blogger.
The Magazine

Facebook

ຄັງບົດຄວາມ

Random Posts

Recent Comments

Recent Posts

Popular Posts

Unordered List

  • Lorem ipsum dolor sit amet, consectetuer adipiscing elit.
  • Aliquam tincidunt mauris eu risus.
  • Vestibulum auctor dapibus neque.

Pages

Theme Support

Need our help to upload or customize this blogger template? Contact me with details about the theme customization you need.